ລາຍໄດ້ເພີ້ມຈາກການຕໍ່າສິ້ນ Weaving an Income

English

“ສະໄໝແຕ່ກີ້້ແຕ່ກ່ອນ ຊົນເຜົ່າພ້ອງເຮົາກໍ່ໄດ້ຕໍ່າສີ້ນຈົກ ແລະແສວເສື້ອ. ຂ້ອຍກໍ່ໄດ້ຮຽນວິທີການຕໍ່າສິ້ນຂອງຊົນເຜົ່າພ້ອງຈາກແມ່ຂອງຂ້ອຍ. ຂ້ອຍສົນໃຈຢາກຮູ້ວິທີການຕໍ່າສີ້ນລາຍອື່ນ ແຕ່ຂ້ອຍບໍ່ຮູ້ວິທີການເກັບແຊງ. ມື້ໜຶ່ງຂ້ອຍໄປຢາມພິນ້ອງຢູ່ບ້ານປາກທ້າ, ເມືອງຄໍາ, ແລະເລົ່າເລື່ອງການຕ່ຳຫູກໃຫ້ລາວຟັງ ລາວຈຶ່ງແນະນໍາໃຫ້ຂ້ອຍໄປຮຽນວິທີການເກັບແຊງນໍາພິນ້ອງຢູ່ວຽງຈັນ,” ນ. ຕອງເລົ່າໃຫ້ຝັງກ່ຽວກັບເລື່ອງລາວທີ່ເກີດຂຶ້ນເມື່ອ 10 ປີ ກ່ອນ. ປະຈຸບັນ ນ. ຕອງ ເປັນເມຍຂອງນາຍບ້ານຫ້ວຍແລນ ແລະມີກິດຈະການຂະໜາດນ້ອຍທີ່ປະສົບຜົນສໍາເລັດເປັນຂອງຕົນເອງ.

tong3.jpg
ນາງ ຕອງຮຽນຕໍ່າຫູກຢູ່ວຽງຈັນ

ໃນປີ 2007 ນ. ຕອງ ໄດ້ເດີນທາງໄປຮຽນເກັບແຊງສີ້ນ ຕາມຄຳແນະນຳຂອງພີ່ນ້ອງຂອງລາວຢູ່ວຽງຈັນ. “ຂ້ອຍໄປຢູ່ ວຽງຈັນ ເປັນເວລາ 6 ອາທິດ. ຂ້ອຍໄດ້ຮຽນວິທີການເກັບແຊງ ແລະເກັບລາຍຕ່າງໆ, ນອກຈາກນັ້ນຂ້ອຍຍັງຕໍ່າສິ້ນໄດ້ 10 ປາຍພືນ” ນ. ຕອງເລົ່າ.

ຫຼັງຈາກທີ່ລາວໄດ້ສໍາເລັດການຮຽນ ນ. ຕອງ ໄດ້ຊື້ຟືມ, ຊື້ຝ້າຍ ແລ້ວກັບບ້ານ. “ນັ້ນແມ່ນການເລີ້ມຕົ້ນຂອງກິດຈະການຕໍ່າຫູກຂອງຂ້ອຍຢູ່ບ້ານຫ້ວຍແລນ. ຕໍ່ມາບໍ່ດົນນ້ອງສາວຂອງຂ້ອຍ ກໍ່ໄດ້ມາຮຽນຮູ້ວິທີການຕໍ່າຫູກນໍາຂ້ອຍ ແລະເມື່ອແມ່ຍິງໃນບ້ານເລີ້ມເຫັນຂ້ອຍມີລາຍໄດ້ຈາກການຕໍ່າສິ້ນທີ່ມີຫຼາກຫຼາຍລາຍຂາຍ ເຂົາເຈົ້າຈຶ່ງຢາກຮຽນຮູ້ການຕ່ຳ ແລະການເກັບລາຍນຳຂ້ອຍເຊັ່ນກັນ”. ນ. ຕອງເວົ້າໃຫ້ຝັງ.

women weaving.jpg
ແມ່ຍິງໃນບ້ານຫາລາຍໄດ້ເພີ້ມຈາກການຕໍ່າຫູກ.

ນ. ຕອງ ເຫັນເປັນໂອກາດດີ ລາວຈຶ່ງໄດ້ສອນໃຫ້ທຸກຄົນທີ່ສົນໃຈຮຽນການຕໍ່າສິ້ນ ແລະນອກຈາກນັ້ນແລ້ວ ລາວຍັງຮັບຊື້ເອົາສິ້ນນໍາຊາວບ້ານເພື່ອໄປຂາຍຢຸ່ຕະຫຼາດເມືອງຄໍານໍາອີກ. “ຫຼັງຈາກຂ້ອຍເກັບສິ້ນໄດ້ຈໍານວນໜຶ່ງແລ້ວ, ຂ້ອຍ ແລະ ຜົວຂ້ອຍໄດ້ເດີນທາງໄປຊອກຫາຕະຫຼາດທີ່ຊື້ສິ້ນ ຢູ່ເມືອງຄໍາ. ຫຼັງຈາກຖາມແມ່ຄ້າຫຼາຍໆຮ້ານ ໃນທີ່ສຸດພວກຂ້ອຍກໍ່ພົບແມ່ຄ້າຮ້ານໜຶ່ງທີ່ສົນໃຈຮັບຊື້ສິ້ນນໍາພວກຂ້ອຍ ນ. ຕອງເລົ່າ.

ປະຈຸບັນ ນ. ຕອງ ໄດ້ແມ້ຄ້າທີ່ເປັນຂາປະຈໍາຮັບຊື້ສິ້ນນໍາຢູ່ຕະຫຼາດ ເມືອງຄໍາ ແລະແມ່ຄ້າຍັງໄດ້ແນະນໍາລາຍສິ້ນທີ່ເຂົາຕ້ອງການຊື້. ຫຼັງຈາກນັ້ນ ນ. ຕອງ ກໍ່ໄດ້ແນະວິທີການເກັບລາຍໃຫ້ແມ່ຍິງໃນບ້ານຫ້ວຍແລນ ແລະຍັງໄດ້ສອນວິທີການເກັບລາຍໃຫ້ແມ່ຍິງໃນບ້ານນໍາອີກ ແຕ່ບໍ່ແມ່ນທຸກຄົນຈະສາມາດເກັບລາຍເປັນໝົດ ດັ່ງນັ້ນຜູ້ທີ່ບໍ່ສາມາດເກັບລາຍເອງໄດ້ ພວກເຂົາຈະຈ້າງໃຫ້ ນ. ຕອງ ເກັບລາຍໃຫ້.

girl
ຊາວບ້ານສາມາດຖາມ ນາງຕອງ ຖ້າເຂົາຕ້ອງການຄວາມຊ່ວຍເຫຼືອໃນການຕໍ່າຫູກ.

“ຂ້ອຍຄິດຄ່າເກັບແຊງ 2000 ກີບ ຕໍ່ດີ້ວ” ນາງຕອງເວົ້າ. “ພວກເຂົາເຈົ້າຍິນດີໃຫ້ຂ້ອຍເກັບແຊງໃຫ້ເຂົາເຈົ້້າ ເພາະມັນເຮັດໃຫ້ການຕໍ່າສິ້ນ ແລະຂາຍສິ້ນຂອງເຂົາເຈົ້າໄດ້ງ່າຍຂຶ້ນ”. ນອກຈາກນັ້ນແລ້ວ ນ. ຕອງຍັງຮັບຊື້ສິ້ນຈາກແມ່ຍິງໃນບ້ານ “ພວກເຂົາເຈົ້າຍິນດີຂາຍໃຫ້ຂ້ອຍ ເພາະແມ່ຄ້າຈາກບ້ານປາກທ້າ ແລະ ພະແຂ້ ແມ່ນຊື້ຍາກຫຼາຍ ແລະບາງເທື່ອເວລາແມ່ຄ້າມາເກັບຊື້ປະຊາຊົນກໍ່ບໍ່ຢູ່ບ້ານ. ແຕ່ຂາຍໃຫ້ຂ້ອຍ, ປະຊາຊົນສາມາດຂາຍໄດ້ທັນທີທີ່ເຂົາເຈົ້າຕໍ່າແລ້ວ ແລະຕ້ອງການເງິນ”. ນ. ຕອງອະທິບາຍ.


“ຂ້ອຍໄປຂາຍສິ້ນຢູ່ຕະຫຼາດເມືອງຄໍາເມື່ອຂ້ອຍເກັບຊື້ສິ້ນໄດ້ປະມານ 70-80 ພືນ. ຂ້ອນໄດ້ກໍາໄລເລັກໆນ້ອຍໆຈາກການຂາຍ ປະມານ 5000 ກີບ ຫາ 10,000 ກີບ ຕໍ່ພືນ. ຕົວຢ່າງ ຂ້ອຍຊື້ຜືນໜື່ງ 70-80 ພັນກີບຕໍ່ຜືນໄປຮອດຕະຫຼາດເຂົາເຈົ້າເອົາໃຫ້ຂ້ອຍ 85,000-90,000 ກີບ ບາງເທື່ອຂ້ອຍຊື້ປະມານ 5 ລ້ານກີບ ກໍ່ໄດ້ກໍາໄລປະມານ 1 ລ້ານກິບ.” ນ. ຕອງອະທິບາຍ.

ເຖິງແມ່ນ ນ. ຕອງ ມີແມ່ຄ້າຂາປະຈໍາ ແຕ່ລາວຕ້ອງໄດ້ສົ່ງສິ້ນຢູ່ຕະຫຼາດກັບຜົວຂອງລາວ. ເຊັ່ນດຽວກັບແມ່ຍິງຄົນອື່ນໆໃນເຂດຊົນນະບົດ, ນ. ຕອງ ຂັບລົດຈັກບໍ່ເປັນ ດັ່ງນັ້ນ, ລາວຈຶ່ງຕ້ອງອາໄສຜົວ ຫຼືນ້ອງຊາຍຜົວລາວ ພາໄປຕະຫຼາດເພື່ອຂາຍສິ້ນທີ່ເກັບມາໄດ້.

Weaving an Income

“Traditionally, we Phong women, weave sins and embroider blouses. I too learnt from my mother how to weave Phong style sins. However, I also really wanted to weave other patterns but I didn’t know how to set the lines for different designs. One day I was talking with my relative in Ban Pathai in Kham district and she suggested I should go to Vientiane and study weaving,” Mrs. Tong recounts the story from 10 years ago. Now, she is the wive of the village head in Hoauy Len village and also a successful small-scale business woman on her own right.

tong3.jpg
Mrs. Tong studied weaving in Vientiane.

In 2007 Mrs. Tong took her relative’s advice and traveled to Vientiane to study weaving. “I was in Vientiane for 6 weeks. My teacher taught me how to set the lines for different patterns and designs, I also practiced the different patterns by weaving 10 sins while there,” Mrs. Tong says.

After she was done with her course she bought a loom and the cotton and headed back to her village. “That’s how I was able to start my weaving business. Soon, my younger sister started weaving too and when the other women in the village saw that I knew how to weave different patterns and that I could earn money doing it, they too wanted to learn,” Mrs. Tong tells.

women weaving.jpg
Women earning extra income by weaving.

Mrs Tong saw this as an opportunity. She decided to teach everyone who was interested how to weave and she also promised to buy the ready sins so that she could sell them in bulk in Kham district. “After I had collected my first batch of sins, my husband and I went to look for a buyer in Kham, and after going around and talking with many traders we finally found a trader who was willing to buy from us,” Mrs. Tong tells.

Nowadays Mrs. Tong has a good the relationship with the trader in Kham town who tells Mrs. Tong in advance which patterns she is interested in buying. Mrs. Tong then prepares the patterns for the women in Houay Len. Mrs. Tong has also taught a couple of other women in the village how to set the lines for designs. However, not everyone is able to do it and that is why many women pay Mrs. Tong to set the patterns for them.

girl
Mrs. Tong helps villagers by setting up patterns for their looms.

“I charge the women 2000 Kip per line for setting up the patterns for their looms,” says Mrs. Tong. “Everyone is happy with this setup. The women like it because it is easy for them to sell their sins to me. There are traders who occasionally stop at our village, like the traders from Patha and Phake villages, but they are very picky. Or, sometimes, when a trader comes to the village, the women are in the fields and they miss the opportunity to sell their sins. So, the villagers can just sell to me whenever they finish their sins and need money,” she explains.

“I usually go to Kham to sell the sins when I’ve collected up to 70-80 pieces. I get a little profit from selling them, around 5000 to 10,000 Kip per piece. For example, if I buy a sin for about 70,000 to 80,000 Kip I can sell it at the market for about 85,000 to 90,000 Kip,” says Mrs. Tong. However, even though Mrs. Tong already knows the trader who buys her products, she still has to go to the Kham town market with her husband. Like many women in rural areas, Mrs. Tong doesn’t know how to ride a motorbike, so she is reliant on her husband, or husband’s brother, to take her to the market to sell the sins.