ການຈ່າຍຄ່າຮຽນຜ່ານການເກັບເຫັດ Paying for School, One Mushroom at a Time

English

“ໃນເດືອນສິງຫາ, ຂ້ອຍໄດ້ 1 ລ້ານກີບຈາກການຂາຍໝາກແໜ່ງ ແລະ 1 ລ້ານກີບຈາກການຂາຍເຫັດແດງ. ຂ້ອຍຂາຍໃຫ້ພໍ່ຄ້າໃນບ້ານນີ້. ຕອນເຊົ້າ ຂ້ອຍຕ້ອງຕື່ນແຕ່ 3 ຫຼື 4 ໂມງເຊົ້າ ເພື່ອໄປຊອກເກັບເຫັດ. ສ່ວນການໄປເກັບໜາກແໝ່ງແມ່ນສາມາດໄປສວາຍກ່ອນນັ້ນ ປະມານ 6 ໂມງເຊົ້າກໍ່ໄດ້” ນາງບົວເວົ້າໃຫ້ຟັງ, ໜຶ່ງໃນບັນດາແມ່ຍິງບ້ານຫ້ວຍແລນ.

bua2
ນາງ ບົວ ໄດ້ 2 ລ້ານກີບຈາກການຂາຍເຫັດແດງ ແລະໝາກແໜ່ງ.

ບ້ານຫ້ວຍແລນ ມີປ່າໄມ້ທີ່ອຸດົມສົມບູນທີ່ເປັນແຫຼ່ງອາຫານ ແລະລາຍໄດ້ທີ່ສໍາຄັນໃຫ້ແກ່ປະຊາຊົນ. ໃນຊ່ວງລະດູການຜະລິດ ແຕ່ເດືອນ ເມສາ ເຖິງເດືອນສິງຫາ, ແມ່ຍິງບ້ານຫ້ວຍແລນ ຈະເຊົາຕໍ່າຫູກຊົ່ວຄາວ (ອ່ານເພີ້ມເຕີມກ່ຽວກັບການຕໍ່າຫູກຢູ່ບ້ານຫ້ວຍແລນ: (ລາຍໄດ້ຈາກການຕໍ່າຫູກ). ພວກເຂົາໄປຊອກເກັບເຄື່ອງປ່າຂອງດົງ ເຊັ່ນເຫັດແດງ, ໝາກແໜ່ງ ແລະໃບນາອົວະ ແທນ. ເງິນທີ່ໄດ້ຈາກການຂາຍເຄື່ອງປ່າຂອງດົງ ຊ່ວຍໃຫ້ເຂົາເຈົ້າສາມາດສົ່ງລູກໄປໂຮງຮຽນ ແລະຊື້ອາຫານ. ນອກຈາກນັ້ນແລ້ວ ເຖິງແມ່ນວ່າລະດູທີ່ເຫັດອອກຈະເປັນພຽງໄລຍະສັ້ນກໍ່ຕາມ ແຕ່ລາຍໄດ້ທີ່ໄດ້ຈາກການເກັບເຫັດແມ່ນຫຼາຍກ່ວາການຕໍ່່າຫູກ. ປະເດັນສໍາຄັນກໍ່່ຄືນິ້ແມ່ນລະດູການຜະລິດ ແລະໃນໄລຍະນີ້ເງິນແມ່ນມີໜ້ອຍ.

old lady
ເມື່ອເຖິງລະດູເກັບເຫັດແດງ ທຸກໆຄົນທັງຜູ້ເຖົ້າ ແລະຜູ້ໜຸ່ມ ແມ່ນໄປຊອກເກັບເຫັດເພື່ອຫາລາຍໄດ້ເພີ້ມ.

ຖ້າຕ້ອງການຂາຍເຄື່ອງປ່າຂອງດົງໃຫ້ໄດ້ລາຄາສູງຂຶ້ນ, ຈະຕ້ອງອົບເຫັດໃຫ້ແຫ້ງກ່ອນຈຶ່ງຂາຍ. ຢູ່ຫ້ວຍແລນ ບໍ່ແມ່ນທຸກຄົວເຮືອນຈະມີເຕົາອົບເຫັດ ແຕ່ຢູ່ບ້ານແກ້ວບອນ, ທຸກໆຄົວເຮືອນແມ່ນມີເຕົາອົບໜຶ່ງໜ່ວຍ. ນ. ຕອງ, ເມຍນາຍບ້ານ, ເປັນໜຶ່ງໃນບັນດາຄົວເຮືອນຢູ່ບ້ານຫ້ວຍແລນທີ່ມີເຕົາອົບ.  ປະຊາຊົນຫຼາຍໆຄົນໃນບ້ານ ແມ່ນຂາຍໃຫ້ ນ. ຕອງ ຜູ້ເຊິ່ງຫຼັງຈາກອົບເຫັດແຫ້ງແລ້ວ ແມ່ນຂາຍຕໍ່ໃຫ້ພໍ່ຄ້າທີ່ມາຊື້ໃນບ້ານ. ນ. ຕອງ ຊື້ເຫັດສົດຈາກໄທບ້ານໃນລາຄາ 50,000 ກີບ/ກລ ແລະຂາຍໃຫ້ພໍ່ຄ້າເຫັດແຫ້ງໃນລາຄາ 470,000 ກີບ/ກລ. ສໍາລັບແມ່ຍິງອື່ນໃນບ້ານທີ່ເຫັນ ນ. ຕອງ ໄດ້ກໍາໄລ ດັ່ງນັ້ນພວກເຂົາກໍ່ໄດ້ລົງທຶນເຮັດເຕົາອົບຂອງຕົນເອງ. ແຕ່ວ່າການທີ່ ນ.ຕອງ ເຮັດໜ້າທີ່ເປັນແມ່ຄ້າຄົນກາງ ແມ່ນສາມາດຊ່ວຍແມ່ຍິງໃນບ້ານທີ່ຕ້ອງການເງິນໃຊ້ລາຍວັນ. ຫຼັງຈາກທີ່ແມ່ຍິງກັບມາແຕ່ປ່າ ພວກເຂົາເມື່ອຍແລ້ວ ດັ່ງນັ້ນຈຶ່ງຝ້າວຂາຍເຫັດເພື່ອເຂົາເຈົ້າຈະໄດ້ເງິນໃນຕອນນັ້ນ ເພື່ອໄປຊື້ເຄື່ອງກິນຂອງໃຊ້ປະຈໍາວັນ.

drying machine.jpg
ແມ່ຍິງໃນບ້ານຫ້ວຍແລນຫຼາຍໆຄົນ ກໍາລັງທ້ອນເງິນເພື່ອສ້າງເຕົາອົບເປັນຂອງຕົນເອງເພື່ອຕາກເຫັດໄວ້ຂາຍ.

Paying for School, One Mushroom at a Time

“In August, I got 1 million Kip from selling cardamom and 1 million Kip from selling red mushrooms. I sold them to a buyer here in the village. On the mornings that I go look for mushrooms, I need to get up at 3 or 4 o’clock. As for days when we go look for cardamom, those days I can go a little later, at 6 o’clock,” says Mrs. Bua, one of the women in living in Houay Len village.

bua2
Mrs. Bua earned 2 million Kip from selling red mushrooms and cardamom.



Houay Len village lies next to a big, rich forest that provides an important source of food and income for the villagers. During the growing season from April to August, the women of Houay Len take a break from weaving (you can read more about weaving in Houay Len village here: Weaving an Income) Instead, they go look for forest products such as red mushrooms, cardamom and na oua (a medicinal plant, also called Jewel Orchid). The money that they earn by collecting forest products allows the villagers to send their children to school and to buy food. Also, during the short period that the mushrooms are in season, the women can earn more from collecting mushrooms than from weaving. This is important because production season is the time when cash is the most limited.

old lady
When red mushrooms are in season everyone, the old and young, go look for them to earn extra income.

In order to make money from this forest product, the mushrooms need to be dried after they’ve been collected. In Houay Len only a couple of houses have a mushroom dryer, whereas in the neighboring Keobon village nearly every household has one. Mrs. Tong, the village head’s wife, is one of the only households that has one in Houay Len. Many villagers sell their mushrooms on a daily basis to Mrs. Tong, who then dries the mushrooms and sells them on to traders whenever one stops at the village. Mrs. Tong buys the fresh red mushrooms for 50,000 Kip/kg and sells them to the traders for 470,000 Kip/kg. The other women are aware of the resulting profit that Mrs. Tong makes, and that’s why many of the women are saving to invest in their own mushroom dryers. However, Mrs. Tong’s current role is still helpful for the other women because by the time they return from the forest, they are tired and just want to sell the mushrooms quickly for cash to supply their daily needs.

drying machine.jpg
Many of the women in Houya Len village are saving to invest in their own mushroom dryers.