ແມ່ຍິງທີ່ຢູ່ເບື້ອງຫຼັງ “ການດໍາລົງຊີິວິດຂອງແມ່ຍິງ” The Woman behind “Lao Women”

Ye Vue2 English

“ອັນທີ່ຈິງແລ້ວ ຂ້ອຍຕ້ອງການຮຽນວິທີຕັດຕໍ່່ວີດີໂອເພື່ອຈະໄດ້ເຮັດວິດີໂອຄາລາໂອເກະ,” ເຢ້ວື, ຜູ້ທີ່ເປັນຜູ້ຖ່າຍທໍາວີດີໂອ ການດໍາລົງຊີວິດຂອງແມ່ຍິງ ສໍາລັບ ໂຄງການ ແມ່ຍິງລາວ, ເລົ່າໃຫ້ຝັງ, ລາວຫົວ ແລ້ວເວົ້າຕໍ່ວ່າ, “ແຕ່ຜ່ານໂຄງການນີ້ ຂ້ອຍຫາກໍ່່ຮູ້ວ່າ ຂ້ອຍສາມາດເຮັດຟີມເພື່ອເລົ່າເລື່ອງລາວຕ່າງໆທີ່ຄົນຍັງບໍ່ທັນຮູ້ ບໍ່ທັນເຫັນ.” 

ແລະການເລົ່າເລື່ອງຕ່າງໆກໍ່ເປັນສິ່ງທີ່ລາວໄດ້ເຮັດ. ຕະຫຼອດໄລຍະເວລາ 12 ເດືອນ, ເຢ້ວື ໄດ້ເດີນທາງເປັນໄລຍະໆ ໄປ ບ້ານຫ້ວຍແລນ, ບ້ານນາອູ່ ແລະບ້ານສັນໂດນກໍ ຢູ່ແຂວງຊຽງຂວາງ.  “ໃນເບື້ອງຕົ້ນ ພວກແມ່ຍິງ ອາຍ ແລະບໍ່ກ້າເວົ້າຫຍັງໃຫ້ຟັງ ແຕ່ຕໍ່ມາພວກເຂົາກໍ່ເລີ້ມຄ່ອຍໆເປີດໃຈ” ເຢ້ວືເລົ່າຕໍ່ວ່າ ການທີ່ລາວເປັນແມ່ຍິງດ້ວຍກັນ ແມ່ນສາມາດຊ່ວຍໃຫ້ລາວເຂົ້າເຖິງແມ່ຍິງໄດ້ງ່າຍຂຶ້ນ. ເຢ້ວືຍັງຈື່ບໍ່ລືມ ຄືນໜຶ່ງຢູ່ບ້ານຫ້ວຍແລນ ທີ່ເປັນຈຸດປ່ຽນ. ໃນຄືນນັ້ນ, ນ ວຽງມະນີ,​ ພະນັກງານຈາກສະມາຄົມພັດທະນາບົດບາດຍິງຊາຍ (GDA), ເຊິ່ງເປັນຜູ້ຊ່ວຍໃນການສໍາພາດ, ໄດ້ສອນໃຫ້ແມ່ຍິງວີທີການຟ້ອນລໍາວົງ. ພວກເຂົາພາກັນເປີດເພງໃສ່ລໍາໂພງຢູ່ກາງເດີນບ້ານ ແລ້ວໝົດທຸກຄົນກໍ່່ຟ້ອນລໍາວົງນໍາກັນ. “ມ່ວນຫຼາຍ!”, ເຢ້ວືຫົວແລ້ວເລົ່າຕໍ່, “ເພື່ອໃຫ້ໄດ້ເລື່ອງທີ່ດີ, ເຮົາຈະຕ້ອງເຂົ້າເຈົ້າໃຈກ່ຽວກັບສິ່ງທີ່ເຮົາຈະເຮັດ ແລະ ສະພາບແວດລ້ອມທີ່ເຮົາຈະຖ່າຍທໍາ ເຮົາຕ້ອງສ້າງຄວາມໄວ້ໃຈ ເພື່ອໃຫ້ເຂົາເຈົ້າເຊື່ອໝັ້ນ ແລະ ມີຄວາມເປັນກັນເອງກັບເຮົາ.”

Sandonkor1

ເຢ້ວືເລົ່າຕື່ມອີກວ່າ “ກ່ອນຂ້ອຍຈະເລີ້ມເຮັດໂຄງການນີ້, ຂ້ອຍບໍ່ຮູ້ເລີຍວ່າຊີວິດການເປັນຢູ່ຂອງແມ່ຍິງໃນຊົນນະບົດຈະທຸກຍາກຊໍ່ານີິ້. ແມ່ຍິງໂດຍສະເພາະຢູ່ບ້ານຫ້ວຍແລນ ແລະ ບ້ານສັນໂດນກໍ ແມ່ນເຮັດວຽກໜັກຕັ້ງແຕ່ເຊົ້າຈົນຮອດແລງ. ໂດຍສະເພາະໃນຊ່ວງລະດູການຜະລິດ (ຊ່ວງແຕ່ເດືອນ 5 ເຖິງ ເດືອນ 8 ຕອນອາຫານແມ່ນຂາດແຄນ ແລະເງິນຄໍາກໍ່ມີໜ້ອຍ). ໃນຊ່ວງນີ້ ແມ່ຍິງ ຈະຕື່ນແຕ່ 3 ຫຼື 4 ໂມງເຊົ້າ ເພື່ອອອກໄປເກັບເຫັດ ແລະຊອກເຄື່ອງປ່າຂອງດົງ ແລະຫຼັງຈາກນັ້ນ ແມ່ນໄປເຮັດໄຮ່ຕໍ່ໝົດມື້ ແລ້ວເຂົ້ານອນປະມານ 11 ໂມງແລງ ຫຼັງຈາກທີ່ພວກເຂົາເຮັດວຽກແລ້ວທຸກຢ່າງ. “ໃນຊ່ວງນິ້ແມ່ຍິງຈະຈ່ອຍລົງຫຼາຍເຊິ່ງເປັນຜົນຈາກການເຮັດວຽກໜັກ ແລະການໄດ້ຮັບສານອາຫານທີ່ບໍ່ພຽງພໍໃນຂະນະທີ່ເຮັດໄຮ່” ນິ້ແມ່ນສິ່ງທີ່ ເຢ້ວື ສາມາດເຫັນໄດ້ຢ່າງຊັດເຈນເລີຍ ຫຼັງຈາກທີ່ກັບໄປຖ່າຍທໍາອີກໃນສອງເດືອນຕໍ່ມາ. ເມື່ອ ເຢ້ວື ຖາມຊາວບ້ານ ເຂົາກໍ່ບໍ່ວ່າຫຍັງເພາະເຂົາເຈົ້າຖືວ່າເປັນເລື່ອງປົກກະຕິທີ່ເກີດຂຶ້ນທຸກປີ. Sandonkor2

ສິ່ງໜຶ່ງທີ່ ເຢ້ວື ສັງເກດເຫັນ, ແລະຕ້ອງການບອກໃຫ້ຜູ້ຊົມຮູ້ຜ່ານວີດີໂອເຫຼົ່ານີ້, ແມ່ນຊີວິດການເປັນໃນຊົນນະບົດແມ່ນມີຄວາມລໍາບາກຫຼາຍ, ໂດຍສະເພາະກັບແມ່ຍິງ ເພາະໜ້າວຽກທີ່ບໍ່ສະໝໍ່າສະເໝີລະຫວ່າງຍິງ ແລະ ຊາຍ. ຍົກຕົວຢ່າງ ຄືຢູ່ບ້ານສັນໂດນກໍ ໃນຊ່ວງລະດູການຜະລິດ ແມ່ຍິງສ່ວນຫຼາຍແມ່ນກິນ ແລະນອນຢູ່ໄຮ່ເລີຍ ພວກເຂົາຈະຢູ່ບ້ານກໍ່ຕໍ່ເມືອພວກເຂົາບໍ່ສະບາຍເທົ່ານັ້ນ, ສ່ວນຜູ້ຊາຍ ແມ່ນຍັງໄດ້ກັບໄປບ້ານໄປຜັກຜ່ອນແດ່ເພາະພວກເຂົາເປັນຫົວໜ້າຄອບຄົວ.
ສ່ວນຢູ່ບ້ານຫ້ວຍແລນ, ແມ່ຍິງຫຼັງຈາກເຮັດວຽກຢູ່ໄຮ່ໝົດມື້ແລ້ວ ຍັງຕ້ອງຍ່າງແບກນໍ້າເມືອນໍາອີກ ເພາະແຫຼ່ງນໍ້າແມ່ນຢູ່ໄກສົມຄວນ ສ່ວນຜູ້ຊາຍ ສ່ວນຫຼາຍແມ່ນຂີ່ລົດຈັກໄປອາບນໍ້າ ແຕ່ພວກເຂົາພັດກັບບ້ານໂດຍບໍ່ໄດ້ເອົານໍ້າເມືອນໍາ.

water.jpgຜ່ານການຖ່າຍທໍາ ເຢ້ວື ຍັງສັງເກດເຫັນເຖິງຄວາມແຕກຕ່າງລະຫວ່າງແຕ່ລະບ້ານທີ່ລາວໄປຖ່າຍວີດີໂອ. ໃນບ້ານທີ່ຢູ່ຫ່າງໄກຊອກຫຼີກ, ເຊັ່ນບ້ານຫ້ວຍແລນ, ປະຊາຊົນແມ່ນອາໄສກິນອາຫານທີ່ພວກເຂົາປູກ, ເກັບ ຫຼືຫາໄດ້. ຕະຫຼາດທີ່ຢູ່ໃກ້ບ້ານຫ້ວຍແລນທີ່ສຸດ ແມ່ນຕ້ອງໃຊ້ເວລາປະມານ 3-4 ຊົ່ວໂມງ ຖ້າໄປດ້ວຍລົດຈັກ, ແຕ່ໃນລະດູຝົນ ແມ່ນໃຊ້ເວລາດົນກ່ວານັ້ນອີກ. ນອກຈາກນັ້ນແລ້ວ ແມ່ຍິງ ສ່ວນຫຼາຍແມ່ນອາໄສຜົວຂອງເຂົາໃນການພາໄປຕະຫຼາດ ເພາະແມ່ຍິງຢູ່ເຂດນອອກຂັບລົດຈັກບໍ່ເປັນ.

ສ່ວນຢູ່ບ້ານນາອູ່, ເຊິ່ງເປັນບ້ານທີ່ຢູ່ແຄມທາງ ແລະມີຖະໜົນຫົນທາງໄປມາສະດວກ ດັ່ງນັ້ນຈຶ່ງເຂົ້າເຖິງຕະຫຼາດ ແລະຕົວເມືອງໄດ້ງ່າຍຂຶ້ນ. ຍ້ອນເຫດຜົນດັ່ງກ່າວ ແມ່ຍິງໃນບ້ານນີ້ ຈຶ່ງປະສົບຜົນສໍາເລັດໃນການຜະລິດເສັ້ນເຝີຂາຍ. ນອກຈາກນັ້ນແລ້ວ ຍ້ອນວ່າ ພາຍໃນບ້ານແມ່ນມີຄວາມສາມັກຄີກັນດີ. ຕາມເຢ້ວືເລົ່າໃຫ້ຝັງ ທຸກໆຄົນ ທັງຍິງ ແລະຊາຍແມ່ນເຮັດວຽກຊ່ວຍກັນ.


ກ່ຽວກັບ ເຢ້ວື
Ye Vue3

ຊື່ ແລະນາມສະກຸນ: ເຢ້ວື
ບ້ານເກີດ:  ບ້ານກໍ່ປ່າ,​ ເມືອງໝອກ, ແຂວງຊຽງຂວາງ. ຫຼັງຈາກນັ້ນຄອບຄົວໄດ້ຍ້າຍຖິ່ນຖານໄປຢູ່ເມືອງເຟືອງ, ແຂວງວຽງຈັນ. ພາຍຫຼັງຮຽນຈົບມັດຖະຍົມແລ້ວ ເຢວື ໄດ້ຍ້າຍມາຢູ່ນະຄອນຫຼວງວຽກຈັນ ເພື່ອຮຽນໜັງສືຕໍ່.
ການສຶກສາ: ວິທະຍາສາດຄອມພີວເຕີ ຢູ່ມະຫາວິທະຍາໄລແຫ່ງຊາດ (ມຊ).
ບ່ອນເຮັດວຽກ: ຝຶກງານຢູ່ອົງການເພື່ອການພັດະທນາ ແລະການຮ່ວມ (SDC) ໃນຕໍ່າແໜ່ງ ຜູ້ຊ່ວຍອາສາສະໝັກໜຸ່ມໜ້ອຍ. ຢູ່ທີ່ SDC ເຢ້ວືໄດ້ມີໂອກາດໄດ້ຮຽນຮູ້ວິທີເຮັດວີດີໂອ, ວິທີການຖ່າຍຮູບ ແລະ ການຕັດຕໍ່. ພາຍຫຼັງຈົບການຝຶກງານ, ເຢ້ວື ໄດ້ມາເຮັດວຽກນໍາໂຄງການ LURAS ເພື່ອມາຖ່າຍທໍາ ວີດີໂອ ກ່ຽວກັບ ການດໍາລົງຊີວິດຂອງແມ່ຍິງ.
ປະສົບການທີ່ດີທີ່ສຸດ: ໄດ້ມີໂອກາດໄດ້ຮຽນຮູ້ຈາກ Doug Varchol ໃນລະຫວ່າງການຖ່າຍທໍາວີດີໂອ ການດໍາລົງຊີວິດຂອງແມ່ຍິງ. ລາວໄດ້ສອນເຢ້ວື ວີທີການສັງເກດສະພາບແວດລ້ອມທີ່ຈະໄປຖ່າຍທໍາ, ວີທິການຊອກຫາມູນທີ່ໜ້າສົນໃຈ, ວິທີການຕັ້ງກ້ອງ ແລະຖ່າຍມູນຕ່າງໆ ແລະອີກຫຼາຍໆເຕັກນິກອື່ນອີກ.
ຟີມຕໍ່ໄປ? ຢາກສ້າງວີດີໂອກ່ຽວກັບອາຫານ. ຢາກສ້າງ ຟີມ ກ່ຽວກັບແຫຼ່ງທີ່ມາຂອງອາຫານ, ການນໍາໃຊ້ຢາປາບສັດຕູພືດໃນການຜະລິດ ແລະຜົນກະທົບຕໍ່ຮ່າງກາຍຂອງເຮົາ. ທາງເລືອກອື່ນໆທີ່ສາມາດເຮັດໄດ້ ແລະ ຊຸກຍູ້ໃຫ້ປະຊາຊົນຫັນມາປູກ ແລະ ກິນອາຫານປອດສານຜິດ.

The Woman behind “Lao Women”

Ye Vue2“Originally I wanted to learn video editing so that I could make karaoke videos,” says Ye Vue, the videographer who filmed the Women’s Lives videos for Lao Women Project, and laughs softly, “but through this project, I realized that I want to make films that tell stories that would otherwise not be told.”

And tell stories she did. Over a period of 12 months, Ye Vue traveled frequently to Houay Len, Na Uoo and Sandonkor villages of Xieng Khouang.  “At first the women were shy and hesitant to speak. However, slowly they started to open up,” Ye Vue says. That she was a woman also helped put the women at ease. Ye Vue remembers one night in Houay Len village as a turning point. That evening, Viengmany from Gender Development Association (GDA), who was assisting with the interviews, taught the women how to dance lam vong (a traditional Lao Loum dance). The women put music on a speaker and soon everybody was dancing in the middle of the village. “It was so much fun!”, laughs Ye Vue and continues, “In order to film a good story, one needs to understand one’s subjects and the context they live in and that is only possible if they trust and feel comfortable around you.”

Sandonkor1

Ye Vue then becomes serious again and says, “Before I started working on this project, I didn’t fully understand how hard life is for women in the rural areas. Women, especially in Houaylen and Sandonkor villages, do arduous work from morning to evening. Particularly during the ’lean period‘ (a period from May to August when food is hard to find and cash is limited). During this time the women wake up at 3 or 4 a.m. and go to collect mushrooms and other forest products, after which they work in the fields all day and only go to bed after having finished the day’s work around 11 at night. The hard work and limited access to nutritious food while in the fields takes a visible toll on their bodies, and many of the women lose weight.” This was evident to Ye Vue when she went back to visit the villages after being away for 2 months. When Ye Vue asked the villagers about it, they shrugged it off as something normal, something that happened every year.

Sandonkor2

One thing that Ye Vue noticed, and what she wanted to tell viewers through these videos, was that though life in rural areas was hard for everyone, it was especially hard for women because of the unbalanced workload between women and men. For example, in Sandonkor, women would stay in the fields for days on end during the growing season. They only stayed home if they were sick, whereas men were allowed time to rest at home because they were the heads of their households.

In Houaylen, it was the women who had to carry water home on foot from the faraway water basin after working a long day in the fields, while the menfolk drove their motorbikes to the same water source to take their baths but then rode home without bringing any water back with them.

water.jpg

Ye Vue also saw that there were significant differences between the villages. In some of the more remote villages, like Houalyen, people still subsist almost solely on food that they produce, hunt, and gather. The nearest market to Houaylen is 3-4 hours away by motorbike, and even longer during the rainy season. Women are also reliant on their husbands to take them to the market because rural women rarely know how to ride motorbikes.
Na Uoo village, on the other hand, is well connected by roads to neighboring villages and towns, allowing the villagers easy access to several markets. This has been key in helping women in Na Uoo to establish a successful noodle-making business. That, and working together as a community. In fact, according to Ye Vue, this village was different because everyone there, men and women, worked together and helped each other out with their daily work.


About Ye Vue

Ye Vue3Name: Ye Vue

Born:  In Ko Pa village, Mok district, Xieng Khouang. Her family later moved to Pheuang district in Vientiane province. She then came to Vientiane capital to study.

Studied: Computer Sciences at National University of Laos (NUOL).

Worked: At Swiss Development Cooperation (SDC) as a Junior Professional Officer. It was at SDC that Ye Vue got her first chance to make videos and learned about photography and composition. On completion of her JPO program, Ye Vue was selected by the LURAS project to film the Women’s Lives videos.

Best work experience so far: Getting an opportunity to learn from Doug Varchol during this Women’s Lives project. He taught me to observe the surroundings, how to look for interesting shots, how to set the camera at different angles, as well as many other techniques.

Next film topic? Food. I want to make a film about where our food comes from, the sometimes-rampant pesticide usage, and its impact on our bodies. About the alternatives and how to nudge people to grow and consume organic food.