ລາຍໄດ້ເພີ້ມຈາກການຕໍ່າສິ້ນ Weaving an Income

ຫຼັງຈາກຂ້ອຍເກັບສິ້ນໄດ້ຈໍານວນໜຶ່ງແລ້ວ, ຂ້ອຍ ແລະ ຜົວຂ້ອຍໄດ້ເດີນທາງໄປຊອກຫາຕະຫຼາດທີ່ຊື້ສິ້ນ ຢູ່ເມືອງຄໍາ. ຫຼັງຈາກຖາມແມ່ຄ້າຫຼາຍໆຮ້ານ ໃນທີ່ສຸດພວກຂ້ອຍກໍ່ພົບແມ່ຄ້າຮ້ານໜຶ່ງທີ່ສົນໃຈຮັບຊື້ສິ້ນນໍາພວກຂ້ອຍ ນ. ຕອງເລົ່າ. ປະຈຸບັນ ນ. ຕອງ ໄດ້ແມ້ຄ້າທີ່ເປັນຂາປະຈໍາຮັບຊື້ສິ້ນນໍາຢູ່ຕະຫຼາດ ເມືອງຄໍາ ແລະແມ່ຄ້າຍັງໄດ້ແນະນໍາລາຍສິ້ນທີ່ເຂົາຕ້ອງການຊື້.

Read more

ແມ່ຍິງທີ່ຢູ່ເບື້ອງຫຼັງ “ການດໍາລົງຊີິວິດຂອງແມ່ຍິງ” The Woman behind “Lao Women”

Ye Vue2 English

“ອັນທີ່ຈິງແລ້ວ ຂ້ອຍຕ້ອງການຮຽນວິທີຕັດຕໍ່່ວີດີໂອເພື່ອຈະໄດ້ເຮັດວິດີໂອຄາລາໂອເກະ,” ເຢ້ວື, ຜູ້ທີ່ເປັນຜູ້ຖ່າຍທໍາວີດີໂອ ການດໍາລົງຊີວິດຂອງແມ່ຍິງ ສໍາລັບ ໂຄງການ ແມ່ຍິງລາວ, ເລົ່າໃຫ້ຝັງ, ລາວຫົວ ແລ້ວເວົ້າຕໍ່ວ່າ, “ແຕ່ຜ່ານໂຄງການນີ້ ຂ້ອຍຫາກໍ່່ຮູ້ວ່າ ຂ້ອຍສາມາດເຮັດຟີມເພື່ອເລົ່າເລື່ອງລາວຕ່າງໆທີ່ຄົນຍັງບໍ່ທັນຮູ້ ບໍ່ທັນເຫັນ.” 

ແລະການເລົ່າເລື່ອງຕ່າງໆກໍ່ເປັນສິ່ງທີ່ລາວໄດ້ເຮັດ. ຕະຫຼອດໄລຍະເວລາ 12 ເດືອນ, ເຢ້ວື ໄດ້ເດີນທາງເປັນໄລຍະໆ ໄປ ບ້ານຫ້ວຍແລນ, ບ້ານນາອູ່ ແລະບ້ານສັນໂດນກໍ ຢູ່ແຂວງຊຽງຂວາງ.  “ໃນເບື້ອງຕົ້ນ ພວກແມ່ຍິງ ອາຍ ແລະບໍ່ກ້າເວົ້າຫຍັງໃຫ້ຟັງ ແຕ່ຕໍ່ມາພວກເຂົາກໍ່ເລີ້ມຄ່ອຍໆເປີດໃຈ” ເຢ້ວືເລົ່າຕໍ່ວ່າ ການທີ່ລາວເປັນແມ່ຍິງດ້ວຍກັນ ແມ່ນສາມາດຊ່ວຍໃຫ້ລາວເຂົ້າເຖິງແມ່ຍິງໄດ້ງ່າຍຂຶ້ນ. ເຢ້ວືຍັງຈື່ບໍ່ລືມ ຄືນໜຶ່ງຢູ່ບ້ານຫ້ວຍແລນ ທີ່ເປັນຈຸດປ່ຽນ. ໃນຄືນນັ້ນ, ນ ວຽງມະນີ,​ ພະນັກງານຈາກສະມາຄົມພັດທະນາບົດບາດຍິງຊາຍ (GDA), ເຊິ່ງເປັນຜູ້ຊ່ວຍໃນການສໍາພາດ, ໄດ້ສອນໃຫ້ແມ່ຍິງວີທີການຟ້ອນລໍາວົງ. ພວກເຂົາພາກັນເປີດເພງໃສ່ລໍາໂພງຢູ່ກາງເດີນບ້ານ ແລ້ວໝົດທຸກຄົນກໍ່່ຟ້ອນລໍາວົງນໍາກັນ. “ມ່ວນຫຼາຍ!”, ເຢ້ວືຫົວແລ້ວເລົ່າຕໍ່, “ເພື່ອໃຫ້ໄດ້ເລື່ອງທີ່ດີ, ເຮົາຈະຕ້ອງເຂົ້າເຈົ້າໃຈກ່ຽວກັບສິ່ງທີ່ເຮົາຈະເຮັດ ແລະ ສະພາບແວດລ້ອມທີ່ເຮົາຈະຖ່າຍທໍາ ເຮົາຕ້ອງສ້າງຄວາມໄວ້ໃຈ ເພື່ອໃຫ້ເຂົາເຈົ້າເຊື່ອໝັ້ນ ແລະ ມີຄວາມເປັນກັນເອງກັບເຮົາ.” Read more

ການຈ່າຍຄ່າຮຽນຜ່ານການເກັບເຫັດ Paying for School, One Mushroom at a Time

English

“ໃນເດືອນສິງຫາ, ຂ້ອຍໄດ້ 1 ລ້ານກີບຈາກການຂາຍໝາກແໜ່ງ ແລະ 1 ລ້ານກີບຈາກການຂາຍເຫັດແດງ. ຂ້ອຍຂາຍໃຫ້ພໍ່ຄ້າໃນບ້ານນີ້. ຕອນເຊົ້າ ຂ້ອຍຕ້ອງຕື່ນແຕ່ 3 ຫຼື 4 ໂມງເຊົ້າ ເພື່ອໄປຊອກເກັບເຫັດ. ສ່ວນການໄປເກັບໜາກແໝ່ງແມ່ນສາມາດໄປສວາຍກ່ອນນັ້ນ ປະມານ 6 ໂມງເຊົ້າກໍ່ໄດ້” ນາງບົວເວົ້າໃຫ້ຟັງ, ໜຶ່ງໃນບັນດາແມ່ຍິງບ້ານຫ້ວຍແລນ. Read more

ການຜະລິດເສັ້ນເຝີນາອູ່ແມ່ນບໍ່ມີທາງລັດ There are No Shortcuts to Producing Na Uoo Noodles

English

noodles
ເສັນເຝີນາອູ່ແຊບເພາະເນື້ອບໍ່ໜາ ແລະກໍ່ບໍບາງເກີນໄປ

“ເສັ້ນເຝີນາອູ່ແມ່ນມີເອກະລັກສະເພາະ ເສັ້ນເຝີຈະບໍ່ໜາ ແລະບໍ່ບາງເກີນໄປ ເຮັດໃຫ້ຄົວກິນງ່າຍ ແລະມີລົດຊາດແຊບ. ພວກເຮົາໃຊ້ແຕ່ເຂົ້າແດງທີ່ປູກໃນທ້ອງຖິນເພື່ອເຮັດເສັ້ນເຝີ” ປ້າຕຸ້ຍບອກ. ປ້າຕຸ້ຍເປັນຜູ້ຍິງທີ່ຢູ່ເບື້ອງຫຼັງການກໍາເນີດເສັ້ນເຝີນາອູ່ທີ່ມືຊື່ສຽງໂດງດັ່ງ. ປະຈຸບັນ ເສັ້ນເຝີນາອູ່ ໄດ້ກາຍຜະລິດຕະພັນໜຶ່ງທີ່ມີສື່ສຽງໂດ່ງດັງ ໃນແຂວງຊຽງຂວາງ ແລະຂາຍທົ່ວໄປໃນປະເທດລາວ”.
ສູດລັບໃນການຜະລິດເສັ້ນເຝີນາອູ່ ແມ່ນມີພຽງຊຸມຊົນໃນບ້ານນາອູ່ເທົ່ານັ້ນທີ່ຮູ້ ໂດຍແມ່ນນ້ອງສາວຂອງແມ່ປ້າຕຸ້ຍເປັນຜູ້ນໍາສຸດການຜະລິດເສັ້ນເຝີມາສູ່ບ້ານນາອູ່. ລາວເປັນທະຫານໃນໄລຍະສົງຄາມ ແລະຖືກສົ່ງໄປປະຈໍາການຢູ່ຫວຽດນາມ ເຊິ່ງເປັນບ່ອນທີ່ລາວໄດ້ຮຽນຮູ້ສູດຜະລິດເສັ້ນເຝີ. ເມື່ອລາວກັບມາບ້ານ, ລາວກໍ່ໄດ້ສອນວິທີການຜະລິດເສັ້ນເຝີໝົດທຸກຄົນໃນຄອບຄົວ. ຕອນນັ້ນ ປ້າຕຸ້ຍ ອາຍຸພຽງແຕ່ 16 ເທົ່ານັ້ນ ແຕ່ລາວກໍ່ເລີ້ມຜະລິດເສັ້ນເຝີ ແລະຂາຍຢູ່ຕະຫຼາດ. Read more

ປະເດັນຫຼັກທີ່ສົ່ງຜົນຕໍ່ຊິວິດການເປັນຢູ່ຂອງແມ່ຍິງໃນເຂດຊົນນະບົດ Key Issues Affecting Women’s Lives

English

ໜ້າວຽກ

  • ແມ່ຍິງແມ່ນຮັບຜິດວຽກພາຍໃນບ້ານເຊັ່ນ: ການຄົວຢູ່ຄົວກິນ, ອານາໄມເຮືອນຊານ, ລ້ຽງລູກ, ໄປເອົາຟືນ, ຜ່າຟືນ, ເກືອອາຫານໃຫ້ສັດລ້ຽງ ແລະເຮັດວຽກໃນໄຮ່ໃນສວນ. ຜູ້ຊາຍເປັນຫົວໜ້າຄອບຄົວ ມີໜ້າທີ່ຮັບຜິດຊອບວຽກຢູ່ນອກບ້ານເຊັ່ນ: ຊ່ວຍວຽກໃນຊຸມຊົນ ແລະລ້າສັດ.
  • ນອກຈາກໜ້າວຽກທີ່ເຮັດເປັນປະຈໍາແລ້ວ, ແມ່ຍິງຍັງເຮັດວຽກເພີ້ມອື່ນໆອີກເພື່ອຫາຍລາຍໄດ້ເສີມໃຫ້ຄອບຄົວເຊັ່ນ ໄປເກັບເຄື່ອງປ່າຂອງດົງ ແລະຕໍ່່າຫູກ.
  • ແມ່ຍິງແມ່ນແຮງງານຫຼັກໃນການເຮັດວຽກປູກຝັງ. ຜູ້ຊາຍສ່ວນຫຼາຍຈະຊ່ວຍເລື່ອງການກະກຽມດິນປູກຝັງຕອນຕົ້ນລະດູການຜະລິດເທົ່ານັ້ນ.
  • ແມ່ຍິງສ່ວນຫຼາຍແມ່ນໃຊ້ເວລາຢູ່ໄຮ່ເກືອບໝົດມື້. ແມ່ຍິງຫຼາຍຄົນແມ່ນນອນຢູ່ໄຮ່ເລີຍ ເພາະໄຮ່ຢູ່ໄກຈາກເຮືອນຂອງເຂົາເຈົ້າ ແລະບໍ່ສາມາດທຽວໄປມາໄດ້.
  • Read more