ຂໍ້ມູນກ່ຽວກັບແຕ່ລະບ້ານ Learn more about the Villages

English

ບ້ານຫ້ວຍແລນ

ບ້ານຫ້ວຍແລນ ເປັນບ້ານຊົນເຜົ່າຜ່ອງ (ຊົນເຜົ່າລາວເທິງ) ທີ່ມີ 40 ຄົວເຮືອນ ເຊິ່ງຂຶ້ນກັບເມືອງໜອງແຮດ, ແຂວງຊຽງຂວາງ ຫ່າງຈາກຕົວເມືອງໜອງແຮດໃຕ້ ປະມານ 60 ກມ ແລະຫ່າງຈາກຊາຍແດນຫວຽດນາມປະມານ 73 ກມ. ຖະໜົນຫົນທາງໄປບ້ານແມ່ນບໍ່ດີປານໃດ ໂດຍສະເພາະໃນລະດູຝົນ ດັ່ງນັ້ນການເດີນທາງໄປບ້ານຫ້ວຍແລນດ້ວຍລົດຍົນ ອາດໃຊ້ເວລາຮອດ 2 ຊົ່ວໂມງ.

ການດໍາລົງຊີວິດ – ລາຍໄດ້ຫຼັກຂອງປະຊາຊົນແມ່ນຈາກການປູກເຂົ້າໄຮ່ ແລະສາລີແຂງ, ເຊິ່ງໄດ້ມີການນໍາໃຊ້ຢາປາບສັດຕູພືດເຂົ້າໃນການຜະລິດ. ເມື່ອຮອດລະດູການຕ່າງໆ ແມ່ຍິງຈະໄປເກັບເຄື່ອງປ່າຂອງດົງ ເຊັ່ນ ໝາກແໜ່ງ ແລະເຫັດ ເພື່ອຂາຍເປັນລາຍໄດ້ເສີມ. ນອກຈາກນັ້ນແລ້ວ ແມ່ຍິງໃນບ້ານຍັງຫາລາຍໄດ້ເສີມດ້ວຍການຕໍ່າສິ້ນ. ການຕໍ່າສິ້ນໃນບ້ານ ແມ່ນລິເລີ້ມໂດຍ ນ.ຕອງ, ເມຍນາຍບ້ານ. ແມ່ຍິງໃນບ້ານໄດ້ຮັບແຮງບັນດານໃຈຈາກ ນ. ຕອງ ຈຶ່ງຂໍໃຫ້ລາວສອນວິທີການຕໍ່າສິ້ນລາຍລາວໃຫ້. ນ.ຕອງ ນອກຈາກສອນເຂົາເຈົ້າວິທີການຕໍ່າສິ້ນລາຍລາວ ແລະເກັບລາຍໃຫ້ພວກເຂົາແລ້ວ, ລາວຍັງຊື້ສິ້ນຈາກເຂົາເຈົ້າເພື່ອໄປຂາຍຢູ່ຕະຫຼາດເມືອງຄໍາ.

ອາຫານ ແລະໂພສະນາການ – ປະຊາຊົນ ແມ່ນປູກ ຫຼືອາໄສອາຫານທີ່ພວກເຂົາຫາໄດ້ຈາກແຫຼ່ງປ່າໄມ້ທີ່ອຸດົມສົມບູນອ້ອມຂ້າງໝູ່ບ້ານ. ຜູ້ຊາຍຈະໄປຊອກລ້າສັດ ຫານົກ, ໜູ, ໝູປ່າ, ກວາງ ແລະກະຮອກ. ສ່ວນແມ່ຍິງຈະໄປຊອກຫາພືດຜັກທີ່ສາມາດກິນໄດ້ໃນປ່າ ເຊັ່ນໜໍ່ໄມ້.

ສະພາບແວດລ້ອມໃນທ້ອງຖິ່ນ ອ້ອມຂ້າງບ້ານຫ້ວຍແລນແມ່ນປ່າໄມ້ທີ່ອຸດົມສົມບູນ ເຊິ່ງສາມາດເປັນແຫຼ່ງອາຫານ ແລະແຫຼ່ງເຄື່ອງປ່າຂອງດົງຕ່າງໆ ທີ່ສາມາດສ້າງລາຍໄດ້ເພີ້ມໃຫ້ເຂົາເຈົ້າ ເຊັ່ນ: ໝາກແໜ່ງ, ເຫັດຊະນິດຕ່າງໆ, ສະໝູນໄພຕ່າງໆ ແລະອື່ນໆ.

ການເຂົ້າເຖິງການບໍລິການ – ບ້ານຫ້ວຍແລນ ມີໂຮງຮຽນປະຖົມ 2 ຫ້ອງ: ຫ້ອງ ປ1 ແລະ ປ2 ສໍາລັບຫ້ອງ ປ3 ເຖິງ ມ3 ແມ່ນຕ້ອງໄປເຂົ້າໂຮງຮຽນຢູ່ບ້ານແກ່ວບອນ. ຢູ່ບ້ານຫ້ວຍແລນບໍ່ມີສຸກສາລາ ດັ່ງນັ້ນປະຊາຊົນກໍ່ໄດ້ໄປສຸກສາລາຢູ່ບ້ານແກ່ວບອນເຊັ່ນກັນ.

 

ບ້ານນາອູ່

ບ້ານນາອູ່ ເປັນບ້ານຂອງຊົນເຜົ່າພວນ (ຊົນເຜົ່າລາວລຸ່ມ) ທີ່ມີ 48 ຄົວເຮືອນ ເຊິ່ງຂຶ້ນກັບເມືອງຄູນ, ແຂວງຊຽງຂວາງ. ບ້ານນາອຸ່ຢູ່ຫ່າງຈາກຕົວເມືອງຄຸນ (ບ້ານສີພົມ) ພຽງ 5 ກມ ແລະຫ່າງຈາກໂພນສະຫວັນ (ເມືອງແປກ)ຕົວເມືອງເອກຂອງແຂວງຊຽງຂວາງ ພຽງ 25ກມ.

ການດໍາລົງຊີວິດ

ແມ່ຍິງບ້ານນາອຸ່ ມີກິດຈະການທີ່ປະສົບຜົນສໍາເລັດໃນການຜະລິດ ແລະຂາຍເສັ້ນເຝີ ເຊິ່ງໄດ້ກາຍເປັນລາຍໄດ້ຫຼັກຂອງປະຊາຊົນໃນບ້ານ ແລະໄດ້ກາຍເປັນໜຶ່ງໃນສິນຄ້າທີ່ມີຊື່ສຽງຂອງແຂວງຊຽງຂວາງ. ການຜະລິດເສັ້ນເຝີນາອູ່ ແມ່ນລິເລີ່ມໂດຍປ້າຕຸ້ຍ. ປ້າຕຸ້ຍໄດ້ຖ່າຍທອດທັກສະ ແລະຄວາມຮູ້ໃນການຜະລິດເສັ້ນເຝີໃຫ້ລຸກຫຼານ ແລະໃຫ້ກຸ່ມຜະລິດເສັ້ນເຝີໃນບ້ານ.
ນອກຈາກການປູກເຂົ້າແດງເພື່ອໃຊ້ໃນການຜະລິດເສັ້ນເຝີແລ້ວ, ປະຊາຊົນບ້ານນາອຸ່ ຍັງປູກເຂົ້າໄວ້ກິນນໍາອີກ. ສໍາລັບຄອບຄົວທີ່ມີຢູ່ມີກິນແດ່ ພວກເຂົາຈະຈ້າງແຮງງານເພີ້ມມາຊ່ວຍໃນລະດູການປູກເຂົ້າ ແລະລະດູເກັບກ່ຽວ ເພື່ອໃຫ້ພວກເຂົາສາມາດສືບຕໍ່ຜະລິດເສັ້ນເຝີເພື່ອສົ່ງໃຫ້ລູກຄ້າປະຈໍາຕະຫຼອດປີ. ສໍາລັບຄອບຄົວທີ່ບໍ່ສາມາດຈ້າງແຮງງານເພີ້ມ ພວກເຂົາຕ້ອງໄດ້ຢຸດການຜະລິດເສັ້ນເຝີຊົ່ວຄາວໃນຊ່ວງນີ້ ແລະຈະສືບຕໍ່ຜະລິດເສັ້ນເຝີພາຍຫຼັງທີ່ພວກເຂົາເຮັດນາ ແລະເກັບກ່ຽວເຂົ້າແລ້ວ.

ອາຫານ ແລະໂພສະນາການ

ປະຊາຊົນບ້ານນາອຸ່ ສ່ວນຫຼາຍແມ່ນຊື້ອາຫານຈາກຕະຫຼາດໂດຍອາໄສລາຍໄດ້ທີ່ພວກເຂົາໄດ້ຈາກການຜະລິດເສັ້ນເຝີ. ແມ່ຍິງໃນບ້ານບໍ່ມີເວລາເຮັດສວນຄົວ ແຕ່ມີບາງຄົນກໍ່ໄດ້ລ້ຽງເປັດລ້ຽງໄກ່.

ສະພາບແວດລ້ອມໃນທ້ອງຖິ່ນ

ໃກ້ໝູ່ບ້ານມີປ່າໄມ້ທີ່ສະຫງວນໄວ້ເພື່ອຮັກສາແຫຼ່ງນໍ້າ. ປະຊາຊົນເລືອກທີ່ຈະບໍ່ລ້າສັດຫຼືທໍາລາຍປ່າໄມ້ ເພື່ອຮັກສາແຫຼ່ງນໍ້າໄວ ດັ່ງນັ້ນບ້ານນາອູ່ ຈຶ່ງມີແຫຼ່ງນໍ້າໃສສະອາດເພື່ອນໍາໃຊ້.

ການເຂົ້າເຖິງການບໍລິການ

ໃນບ້ານນາອູ່ ບໍ່ມີໂຮງຮຽນຫຼືສຸກສາລາ. ໂຮງຮຽນ ແລະສຸກສາລາ ທີ່ໃກ້ທີ່ສຸດ ແມ່ນຢູ່ຕົວເມືອງຄູນ ທີ່ຫ່າງອອກໄປ 5 ກມ.

 

ບ້ານສັນໂດນກໍ

ບ້ານສັນໂດນກໍ ເປັນບ້ານເຜົ່າມົ້ງ , ມີ 50 ຫຼັງຄາເຮືອນ ເຊິ່ງຂຶ້ນກັບເມືອງໜອງແຮດ, ແຂວງຊຽງຂວາງ ຫ່າງອອກຈາກ ຕົວເມືອງໜອງແຮດ ປະມານ 15ກມ. ສໍາລັບຖະນົນຫົນທາງແມ່ນບໍ່ດີປານໃດ ດັ່ງນັ້ນການເດີນທາງດ້ວຍລົດຍົນ ອາດຈະໃຊ້ເວລາປະມານ 40 ນາທີ ຈຶ່ງຈະຮອດ.

ການດໍາລົງຊີວິດ

ປະຊາຊົນແມ່ນເຮັດໄຮ່ເຂົ້າສໍາລັບກິນ ແລະໄຮ່ສາລີແຂງສໍາລັບຂາຍ. ໃນໄລຍະຫຼັງມານີ້ ລາຄາສາລີແຂງແມ່ນຕົກຫຼາຍ ເຮັດໃຫ້ປະຊາຊົນຈໍານວນໜຶ່ງທົບທວນຄືນ ວ່າຄວນຈະສືບຕໍ່ເຮັດໄຮ່ສາລີແຂງຫຼືບໍ່ ເພາະຢ້ານບໍ່ໄດ້ຮັບຜົນກໍາໄລ. ມູນຄ່າການເຮັດໄຮ່ສາລີແຂງ ແມ່ນສູງຍ້ອນການນໍາໃຊ້ຢາປາບສັດຕູພືດຫຼາຍເກີນຂະໜາດ ເຊິ່ງກໍ່ເປັນສາຍເຫດທີ່ເຮັດໃຫ້ປະຊາຊົນບ້ານສັນໂດນກໍມີຄວາມສ່ຽງຕໍ່ການໄດ້ຮັບສານຜິດອັນຕະລາຍຈາກສານເຄມີ. ສໍາລັບການຫາລາຍໄດ້ເພີ້ມ ແມ່ນໄດ້ຈາກການລ້ຽງງົວທອມ.

ອາຫານ ແລະໂພສະນາການ

ປະຊາຊົນແມ່ນປູກພືດຜັກໄວ້ກິນຢູ່ລຽບແຄມໄຮ່ເຂົ້າ ແລະໄຮ່ສາລີ. ສ່ວນຫຼວງຫຼາຍແລ້ວ ປະຊາຊົນ ແມ່ນເຮັດໄຮ່ເຊິ່ງຢູ່ຫ່າງໄກຈາກເຮືອນຂອງເຂົາເຈົ້າ ດັ່ງນັ້ນ ໃນລະດູການຜະລິດ, ແມ່ຍິງສ່ວນໃຫຍ່ແມ່ນຢູ່ໄຮ່ໝົດມື້ໝົດຄືນ ໂດຍອາໄສການກິນເຂົ້າ ແລະພືດຜັກທີ່ພວກເຂົາສາມາດປູກ ແລະຫາໄດ້ໃນໄຮ່ມາກິນ.

ສະພາບແວດລ້ອມໃນທ້ອງຖິ່ນ

ບ້ານແມ່ນຕັ້ງຢູ່ໃນລະດັບສູງເກີນ 1000ມ. ສ່ວນຫຼວງຫຼາຍປ່າໄມ້ ແມ່ນຫາຍໄປ ແລະນໍ້າໃຊ້ ແມ່ນບໍ່ສະດວກປານໃດ. ດິນປູກຝັງແມ່ນເຊືອມໂຊມຫຼາຍເນື່ອງຈາກການປູກພືດຊະນິດດຽວເຊັ່ນການເຮັດໄຮ່ສາລີຢ່າງດຽວ. ໃນລະດູແລ້ງ ອຸນຫະພູມ ແມ່ນລົງຕໍ່າກ່ວາ 10 ອົງສາ.

ການເຂົ້າເຖິງການບໍລິການ

ບ້ານມີໂຮງຮຽນປະຖົມແຕ່ຫ້ອງ ປ1 – ປ5, ແລະມີໂຮງຮຽນມັດທະຍົມຕົ້ນ ແຕ່ ມ1 – ມ3. ນອກຈາກນັ້ນແລ້ວ ໃນບ້ານຍັງມີສຸກສາລາອີກ.

 

Learn more about the Villages

Ban Houay Len

Houay Len is a Phong village with 40 households in Nong Het district of Xieng Khouang. It is 60 km from Nong Het Tai and 13 km from the Vietnamese border.  Due to poor road access travel time by car can be up to 2 hours, especially in the rainy season.

Livelihoods

The villagers’ main source of income is growing upland rice and maize, for which they use pesticides. When in season, the women collect forest products such as cardamon and mushrooms for extra income. Some of the village women also weave for extra income.

Food and nutrition

Villagers grow or find most of their food from the rich surrounding forests. The men hunt for birds, wild boars, deer, squirrels and rats. The women look for wild vegetables such as bamboo shoots.

Local Environment

Houay Len is surrounded by rich forests that still provide the villagers with food and various income-generating products (cardamom, different varieties of mushrooms, herbs etc.).

Services

Houay Len has a primary school with grade 1 and grade 2. For grades 3 to 9, and health services villagers have to go to Keo Bon village.

 

Ban Na Uoo

Ban Na Uoo is a Lao Loum (lowland Lao) village with 48 households in Khoun district. It is located 5 km from the district town Siphom and 25 km from Phonsesavanh town, the provincial capital.

Livelihoods

The women of Na Uoo run a successful enterprise producing and selling noodles that have over time become the main source of income for the village and one of the most famous products of Xieng Khouang province.  Na Uoo Pho noodle production was initiated by Aunt Tui who has transferred her skills and knowledge of making Pho noodles both to her own children and also to the Pho production group in the village.

In addition to growing red rice to use for producing those noodles, the villagers of Na Uoo also grow sticky rice for their own consumption. The better-off households hire workers during the rice growing and harvesting periods in order to be able to continue producing noodles for their regular customers throughout the year. The families who cannot afford to hire additional labour stop producing noodles at these times and pick up noodle production again after they have finished working in their fields.

Food and nutrition

Villagers in Na Uoo buy most of their food from the market using the income they earn by producing noodles. The women in the village find tending home gardens too time consuming but some of them do raise ducks and chicken.

Local Environment

Near the village is a conservation forest that serves as the area watershed. In order to protect their local water source, the villagers have chosen to conserve this forest: they do not hunt or otherwise exploit the forest’s resources. As a result, the village has good, clean water to use.

Services

There are no schools or a health centre in Na Uoo village. The nearest school and health centre are in Siphom 5 km away.

 

Ban Sandonkor 

Ban Sandonkor is a Hmong village with 50 households in Nong Het district of Xieng Khouang province.  It is located 15 km from Nong Het town but due to poor road access travel time between the two can be up to 40 minutes by car.

 

Livelihoods

The villagers grow rice for consumption and maize for sale. However, in recent years the price of maize has fallen and some of the villagers are reconsidering whether it is still profitable to grow maize. The cost of maize production is increased by high levels of pesticide usage. This also means that the villagers are exposed to these harmful chemicals. As an additional source of income, the villagers raise cattle for sale.


Food and nutrition

The villagers plant vegetables at the sides of their rice and maize fields for consumption. Many of the villagers grow their crops in faraway fields. Therefore, during the production season, the women spend days and nights in the fields subsisting mostly on rice, vegetables, and whatever else they can plant and find in the fields.


Local Environment

The village is at a high elevation (more than 1000 meters above sea level). Most of the surrounding forest has disappeared and access to water is difficult. The soil is also badly degraded due to mono-cropping of maize. Temperatures in the dry season often drop below 10 degrees Celsius.

Services

The village has a primary school, grades 1-5, and a secondary school, grades 6-9.  The village also has a health centre.