“ຂ້ອຍຢາກໃຫ້ຜູ້ຊາຍບອກໃຫ້ຂ້ອຍໄປຮ່ວມປະຊຸມບ້ານນໍາເຂົາເຈົ້າ…ເພື່ອໃຫ້ແມ່ຍິງຮູ້ວ່າພວກເຂົາລົມເລື່ອງຫຍັງກັນ”
Category: ພາບໂດຍລວມ General
ແມ່ຍິງທີ່ຢູ່ເບື້ອງຫຼັງ “ການດໍາລົງຊີິວິດຂອງແມ່ຍິງ” The Woman behind “Lao Women”
“ອັນທີ່ຈິງແລ້ວ ຂ້ອຍຕ້ອງການຮຽນວິທີຕັດຕໍ່່ວີດີໂອເພື່ອຈະໄດ້ເຮັດວິດີໂອຄາລາໂອເກະ,” ເຢ້ວື, ຜູ້ທີ່ເປັນຜູ້ຖ່າຍທໍາວີດີໂອ ການດໍາລົງຊີວິດຂອງແມ່ຍິງ ສໍາລັບ ໂຄງການ ແມ່ຍິງລາວ, ເລົ່າໃຫ້ຝັງ, ລາວຫົວ ແລ້ວເວົ້າຕໍ່ວ່າ, “ແຕ່ຜ່ານໂຄງການນີ້ ຂ້ອຍຫາກໍ່່ຮູ້ວ່າ ຂ້ອຍສາມາດເຮັດຟີມເພື່ອເລົ່າເລື່ອງລາວຕ່າງໆທີ່ຄົນຍັງບໍ່ທັນຮູ້ ບໍ່ທັນເຫັນ.”
ແລະການເລົ່າເລື່ອງຕ່າງໆກໍ່ເປັນສິ່ງທີ່ລາວໄດ້ເຮັດ. ຕະຫຼອດໄລຍະເວລາ 12 ເດືອນ, ເຢ້ວື ໄດ້ເດີນທາງເປັນໄລຍະໆ ໄປ ບ້ານຫ້ວຍແລນ, ບ້ານນາອູ່ ແລະບ້ານສັນໂດນກໍ ຢູ່ແຂວງຊຽງຂວາງ. “ໃນເບື້ອງຕົ້ນ ພວກແມ່ຍິງ ອາຍ ແລະບໍ່ກ້າເວົ້າຫຍັງໃຫ້ຟັງ ແຕ່ຕໍ່ມາພວກເຂົາກໍ່ເລີ້ມຄ່ອຍໆເປີດໃຈ” ເຢ້ວືເລົ່າຕໍ່ວ່າ ການທີ່ລາວເປັນແມ່ຍິງດ້ວຍກັນ ແມ່ນສາມາດຊ່ວຍໃຫ້ລາວເຂົ້າເຖິງແມ່ຍິງໄດ້ງ່າຍຂຶ້ນ. ເຢ້ວືຍັງຈື່ບໍ່ລືມ ຄືນໜຶ່ງຢູ່ບ້ານຫ້ວຍແລນ ທີ່ເປັນຈຸດປ່ຽນ. ໃນຄືນນັ້ນ, ນ ວຽງມະນີ, ພະນັກງານຈາກສະມາຄົມພັດທະນາບົດບາດຍິງຊາຍ (GDA), ເຊິ່ງເປັນຜູ້ຊ່ວຍໃນການສໍາພາດ, ໄດ້ສອນໃຫ້ແມ່ຍິງວີທີການຟ້ອນລໍາວົງ. ພວກເຂົາພາກັນເປີດເພງໃສ່ລໍາໂພງຢູ່ກາງເດີນບ້ານ ແລ້ວໝົດທຸກຄົນກໍ່່ຟ້ອນລໍາວົງນໍາກັນ. “ມ່ວນຫຼາຍ!”, ເຢ້ວືຫົວແລ້ວເລົ່າຕໍ່, “ເພື່ອໃຫ້ໄດ້ເລື່ອງທີ່ດີ, ເຮົາຈະຕ້ອງເຂົ້າເຈົ້າໃຈກ່ຽວກັບສິ່ງທີ່ເຮົາຈະເຮັດ ແລະ ສະພາບແວດລ້ອມທີ່ເຮົາຈະຖ່າຍທໍາ ເຮົາຕ້ອງສ້າງຄວາມໄວ້ໃຈ ເພື່ອໃຫ້ເຂົາເຈົ້າເຊື່ອໝັ້ນ ແລະ ມີຄວາມເປັນກັນເອງກັບເຮົາ.” Read more
ຂໍ້ມູນກ່ຽວກັບແຕ່ລະບ້ານ Learn more about the Villages
ບ້ານຫ້ວຍແລນ
ບ້ານຫ້ວຍແລນ ເປັນບ້ານຊົນເຜົ່າຜ່ອງ (ຊົນເຜົ່າລາວເທິງ) ທີ່ມີ 40 ຄົວເຮືອນ ເຊິ່ງຂຶ້ນກັບເມືອງໜອງແຮດ, ແຂວງຊຽງຂວາງ ຫ່າງຈາກຕົວເມືອງໜອງແຮດໃຕ້ ປະມານ 60 ກມ ແລະຫ່າງຈາກຊາຍແດນຫວຽດນາມປະມານ 73 ກມ. ຖະໜົນຫົນທາງໄປບ້ານແມ່ນບໍ່ດີປານໃດ ໂດຍສະເພາະໃນລະດູຝົນ ດັ່ງນັ້ນການເດີນທາງໄປບ້ານຫ້ວຍແລນດ້ວຍລົດຍົນ ອາດໃຊ້ເວລາຮອດ 2 ຊົ່ວໂມງ.
ພົບກັບແມ່ຍິງເຫຼົ່ານີ້ Meet the Women
ບ້ານຫ້ວຍແລນ

ນາງ ບົວ, 45 ປີ
ນາງບົວ ຢູ່ນໍາຜົວ, ລຸກ 4 ຄົນ, ລຸກສາວ ແລະລຸກໄພ້. ລາຍໄດ້ຫຼັກຂອງຄອບຄົວ ແມ່ນໄດ້ຈາກການເຮັດໄຮ່ເຂົ້າ ແລະໄຮ່ສາລີ. ນອກຈາກນັ້ນແລ້ວ ນ ບົວ ແມ່ນຫາລາຍໄດ້ເພີ້ມຈາກການເກັບເຄື່ອງປາຂອງດົງ.

ນາງ ຕອງ, 28 ປີ, ເມຍນາຍບ້ານ
ນ. ຕອງ ຢູ່ນໍາຜົວ, ລູກຊາຍສອງຄົນ, ລຸກສາວຄົນໜຶ່ງ, ພໍ່ປູ່ ແລະແມ່ຍ່າ. ລາຍໄດ້ຫຼັກຂອງຄອບຄົວແມ່ນໄດ້ຈາກການເຮັດໄຮ່ເຂົ້າ ແລະໄຮ່ສາລີ. ນ. ຕອງ ເປັນຜູ້ລິເລີ່ມການຕໍ່າສິ້ນລາຍລາວໃນບ້ານ ແລະລາວໄດ້ລາຍໄດ້ເພີ້ມຈາກການຕໍ່າສິ້ນ ແລະຂາຍສິ້ນທີ່ລາວຊື້ຈາກແມ່ຍິງໃນບ້ານໄປຂາຍຢູ່ຕະຫຼາດເມືອງຄໍາ. ນອກຈາກນີ້ ລາວຍັງເຮັດໜ້າທີ່ເປັນແມ່ຄ້າຄົນກາງໂດຍການຮັບຊື້ເຄື່ອງປ່າຂອງດົງທີ່ແມ່ຍິງພາຍໃນບ້ານມາຂາຍໃຫ້ລາວປະຈໍາວັນ ເພື່ອຂາຍຕໍ່ໃຫ້ກັບພໍ່ຄ້າທີ່ມາຮັບຊື້ຢູ່ບ້ານ. Read more




