“ຫຼັງຈາກຂ້ອຍເກັບສິ້ນໄດ້ຈໍານວນໜຶ່ງແລ້ວ, ຂ້ອຍ ແລະ ຜົວຂ້ອຍໄດ້ເດີນທາງໄປຊອກຫາຕະຫຼາດທີ່ຊື້ສິ້ນ ຢູ່ເມືອງຄໍາ. ຫຼັງຈາກຖາມແມ່ຄ້າຫຼາຍໆຮ້ານ ໃນທີ່ສຸດພວກຂ້ອຍກໍ່ພົບແມ່ຄ້າຮ້ານໜຶ່ງທີ່ສົນໃຈຮັບຊື້ສິ້ນນໍາພວກຂ້ອຍ” ນ. ຕອງເລົ່າ. ປະຈຸບັນ ນ. ຕອງ ໄດ້ແມ້ຄ້າທີ່ເປັນຂາປະຈໍາຮັບຊື້ສິ້ນນໍາຢູ່ຕະຫຼາດ ເມືອງຄໍາ ແລະແມ່ຄ້າຍັງໄດ້ແນະນໍາລາຍສິ້ນທີ່ເຂົາຕ້ອງການຊື້.
Tag: ບ້ານຫ້ວຍແລນ
ການຈ່າຍຄ່າຮຽນຜ່ານການເກັບເຫັດ Paying for School, One Mushroom at a Time
“ໃນເດືອນສິງຫາ, ຂ້ອຍໄດ້ 1 ລ້ານກີບຈາກການຂາຍໝາກແໜ່ງ ແລະ 1 ລ້ານກີບຈາກການຂາຍເຫັດແດງ. ຂ້ອຍຂາຍໃຫ້ພໍ່ຄ້າໃນບ້ານນີ້. ຕອນເຊົ້າ ຂ້ອຍຕ້ອງຕື່ນແຕ່ 3 ຫຼື 4 ໂມງເຊົ້າ ເພື່ອໄປຊອກເກັບເຫັດ. ສ່ວນການໄປເກັບໜາກແໝ່ງແມ່ນສາມາດໄປສວາຍກ່ອນນັ້ນ ປະມານ 6 ໂມງເຊົ້າກໍ່ໄດ້” ນາງບົວເວົ້າໃຫ້ຟັງ, ໜຶ່ງໃນບັນດາແມ່ຍິງບ້ານຫ້ວຍແລນ. Read more
ຂໍ້ມູນກ່ຽວກັບແຕ່ລະບ້ານ Learn more about the Villages
ບ້ານຫ້ວຍແລນ
ບ້ານຫ້ວຍແລນ ເປັນບ້ານຊົນເຜົ່າຜ່ອງ (ຊົນເຜົ່າລາວເທິງ) ທີ່ມີ 40 ຄົວເຮືອນ ເຊິ່ງຂຶ້ນກັບເມືອງໜອງແຮດ, ແຂວງຊຽງຂວາງ ຫ່າງຈາກຕົວເມືອງໜອງແຮດໃຕ້ ປະມານ 60 ກມ ແລະຫ່າງຈາກຊາຍແດນຫວຽດນາມປະມານ 73 ກມ. ຖະໜົນຫົນທາງໄປບ້ານແມ່ນບໍ່ດີປານໃດ ໂດຍສະເພາະໃນລະດູຝົນ ດັ່ງນັ້ນການເດີນທາງໄປບ້ານຫ້ວຍແລນດ້ວຍລົດຍົນ ອາດໃຊ້ເວລາຮອດ 2 ຊົ່ວໂມງ.
ພົບກັບແມ່ຍິງເຫຼົ່ານີ້ Meet the Women
ບ້ານຫ້ວຍແລນ

ນາງ ບົວ, 45 ປີ
ນາງບົວ ຢູ່ນໍາຜົວ, ລຸກ 4 ຄົນ, ລຸກສາວ ແລະລຸກໄພ້. ລາຍໄດ້ຫຼັກຂອງຄອບຄົວ ແມ່ນໄດ້ຈາກການເຮັດໄຮ່ເຂົ້າ ແລະໄຮ່ສາລີ. ນອກຈາກນັ້ນແລ້ວ ນ ບົວ ແມ່ນຫາລາຍໄດ້ເພີ້ມຈາກການເກັບເຄື່ອງປາຂອງດົງ.

ນາງ ຕອງ, 28 ປີ, ເມຍນາຍບ້ານ
ນ. ຕອງ ຢູ່ນໍາຜົວ, ລູກຊາຍສອງຄົນ, ລຸກສາວຄົນໜຶ່ງ, ພໍ່ປູ່ ແລະແມ່ຍ່າ. ລາຍໄດ້ຫຼັກຂອງຄອບຄົວແມ່ນໄດ້ຈາກການເຮັດໄຮ່ເຂົ້າ ແລະໄຮ່ສາລີ. ນ. ຕອງ ເປັນຜູ້ລິເລີ່ມການຕໍ່າສິ້ນລາຍລາວໃນບ້ານ ແລະລາວໄດ້ລາຍໄດ້ເພີ້ມຈາກການຕໍ່າສິ້ນ ແລະຂາຍສິ້ນທີ່ລາວຊື້ຈາກແມ່ຍິງໃນບ້ານໄປຂາຍຢູ່ຕະຫຼາດເມືອງຄໍາ. ນອກຈາກນີ້ ລາວຍັງເຮັດໜ້າທີ່ເປັນແມ່ຄ້າຄົນກາງໂດຍການຮັບຊື້ເຄື່ອງປ່າຂອງດົງທີ່ແມ່ຍິງພາຍໃນບ້ານມາຂາຍໃຫ້ລາວປະຈໍາວັນ ເພື່ອຂາຍຕໍ່ໃຫ້ກັບພໍ່ຄ້າທີ່ມາຮັບຊື້ຢູ່ບ້ານ. Read more


